Home Shop Wishlist0 Custom

ນະໂຍບາຍ ແລະ ເງື່ອນໄຂການສັ່ງຊື້ສິນຄ້າ

ນະໂຍບາຍ ແລະ ເງື່ອນໄຂການໃຊ້ງານ

ຂໍ້ກຳນົດໃນການໃຊ້ງານເຫຼົ່ານີ້ຖືເປັນຂໍ້ຕົກລົງທີ່ມີພັນທະຜູກພັນທາງກົດໝາຍ ສ້າງຂຶ້ນລະຫວ່າງຜູ້ໃຊ້ງານບໍ່ວ່າຈະເປັນໃນນາມສ່ວນຕົວ ຫຼື ໃນນາມນິຕິບຸກຄົນໂດຍຜູ້ທີ່ເຂົ້າຢ້ຽມຊົມ ຫຼື ຜູ້ທີ່ສັ່ງຊື້ສິນຄ້າຜ່ານ ເວັບໄຊທ໌ (ພວກເຮົາຈະລະບຸຜູ້ຊົມໃຊ້ວ່າ ທ່ານ,ລູກຄ້າ,ຜູ້ໃຊ໊ ຫຼື ຜູ້ຊື້) ແລະ ipharmacie (ບໍລິສັດ ເຮົາ ຫຼື ພວກເຮົາ) ທີ່ກ່ຽວຂ້ອງກັບການເຂົ້າເຖີງ ຫຼື ການເຂົ້າໃຊ້ເວັບໄຊທ໌ ipharmacie ຕະຫຼອດເຖິງຮູບແບບຊ່ອງທາງເວັບໄຊທ໌ເທີງມືຖື ເອີ້ນຮ່ວມກັນວ່າ Site.

 

ທ່ານເຫັນດີຍອມຮັບຂໍ້ກຳນົດນະໂຍບາຍ ແລະ ເງື່ອນໄຂການເຂົ້າເຖີງເວັບໄຊທ໌ໂດຍໄດ້ອ່ານ, ທຳຄວາມເຂົ້າໃຈ ແລະ ຕົກລົງທີ່ຈະມີພັນທະຂໍ້ຜູກພັນຕາມຂໍ້ກຳນົດການໃຊ້ງານທັງໝົດເຫຼົ່ານີ້, ຖ້າຫາກທ່ານບໍ່ເຫັນດີມນຂໍ້ກຳນົດດັ່ງກ່າວຈະຖືກປະຕິເສດໃນການໃຊ້ງານໂດຍທັນທີ.

 

ຂໍ້ກຳນົດ ແລະ ເງື່ອນໄຂເພີ່ມຕື່ມ ຫຼື ເອກະສານທີ່ໂພສ໌ເທີງເວັບໄຊທ໌ແຕ່ລະຄັ້ງຈະມີການຄັດຕິດເອກະສານອ້າງອີງ ພວກເຮົາຂໍສະຫງວນສິດໃນການປ່ຽນແປງເງື່ອນໄຂການນຳໃຊ້ເຫຼົ່ານີ້ໄດ້ທຸກເວລາບໍ່ວ່າຈະດ້ວຍເຫດຜົນໃດກໍຕາມ. ພວກເຮົາຈະແຈ້ງໃຫ້ທ່ານຮັບຮູ້ກ່ຽວກັບການປ່ຽນແປງ ໂດຍການປັບປຸງ (ອັບເດດວັນທີລ່າສຸດ) ໄວ້ໃນການຂໍ້ມູນການໃຊ້ງານ ແລະ ພວກເຮົາຖືວ່າເປັນຄວາມຮັບຜິດຊອບຂອງທ່ານໃນການກວດສອບເງື່ອນໄຂການໃຊ້ງານດັ່ງກ່າວໃນແຕ່ລະໄລຍະເຊີ່ງພວກເຮົາຈະແຈ້ງໃຫ້ທ່ານຊາບກ່ຽວກັບການອັບເດດ.

 

ຂໍ້ມູນທີ່ສະໜອງເທີງເວັບໄຊທ໌ແມ່ນບໍ່ມີຈຸດປະສົງເພື່ອແຈກຢາຍ ແລະ ນໍາໃຊ້ ໂດຍບຸກຄົນ ຫຼື ໜ່ວຍງານໃດໆນອກອານາເຂດປະເທດລາວ.

 

ເວັບໄຊທ໌ນີ້ໃຊ້ສຳລັບຜູ້ທີ່ມີອາຍຸ 18 ປີຂື້ນໄປ ບຸກຄົນທີ່ມີອາຍຸຕໍ່າກວ່າ 18 ປີ ແມ່ນບໍ່ອະນຸຍາດໃຫ້ນໍາໃຊ້ ຫຼື ລົງທະບຽນ.

ບັນຊີຜຸ້ໃຊ້ງານ

ກ່ອນອື່ນໝົດທ່ານຕ້ອງລົງທະບຽນເປັນສະມາຊິກໃນເວັບໄຊທ໌ເພື່ອສັ່ງຊື້ສິນຄ້າ, ການໃຊ້ບໍລິການ ແລະ ເພີດເພີນກັບໂປຣໂມຊັ່ນຕ່າງໆ ທ່ານຕ້ອງຮັບປະກັນວ່າ:
– ຂໍ້ມູນການລົງທະບຽນທັງໝົດທີ່ທ່ານສົ່ງມາເປັນຄວາມຈິງ, ຖືກຕ້ອງ, ຂໍ້ມູນປະຈຸບັນ ແລະ ຄົບຖ້ວນສົມບູນ.
– ເພື່ອຄວາມປອດໄພທ່ານຄວນສ້າງບັນຊີໄດ້ພຽງບັນຊີດຽວເທົ່ານັ້ນ.
– ທ່ານຈະຮັກສາຄວາມຖືກຕ້ອງຂອງຂໍ້ມູນດັ່ງກ່າວ ແລະ ຈະອັບເດດຂໍ້ມູນກໍຕໍ່ເມື່ອມີຄວາມຈຳເປັນ.
– ທ່ານບໍ່ສາມາດນໍຳໃຊ້ເວັບໄຊທ໌ເພື່ອວັດຖຸປະສົງທີ່ຜິດຕໍ່ກົດໝາຍ ຫຼື ບໍ່ໄດ້ຮັບອະນຸຍາດ ແລະ ການນໍາໃຊ້ເວັບໄຊທ໌ຂອງທ່ານຈະບໍ່ລະເມີດກົດໝາຍ ຫຼື ລະບຽບຂໍ້ກຳນົດໃດໆ,
– ຖ້າຫາກທ່ານໃຫ້ຂໍ້ມູນທີ່ບໍ່ຖືກຕ້ອງຄົບຖ້ວນ ຫຼື ສຳລັບລູກຄ້າທີ່ພະຍາຍາມສ້າງຫຼາຍບັນຊີ ພວກເຮົາມີສິດທີ່ຈະລະງັບ ຫຼື ປິດບັນຊີຜູ້ໃຊ້ງານຂອງທ່ານ ແລະ ປະຕິເສດການນໍາໃຊ້ເວັບໄຊທ໌ໃນປະຈຸບັນ ຫຼື ໃນຕໍ່ໜ້າ.

ສິນຄ້າ

ກ່ອນອື່ນໝົດທ່ານຕ້ອງລົງທະບຽນເປັນສະມາຊິກໃນເວັບໄຊທ໌ເພື່ອສັ່ງຊື້ສິນຄ້າ, ການໃຊ້ບໍລິການ ແລະ ເພີດເພີນກັບໂປຣໂມຊັ່ນຕ່າງໆ ທ່ານຕ້ອງຮັບປະກັນວ່າ:

  • ຂໍ້ມູນການລົງທະບຽນທັງໝົດທີ່ທ່ານສົ່ງມາເປັນຄວາມຈິງ, ຖືກຕ້ອງ, ຂໍ້ມູນປະຈຸບັນ ແລະ ຄົບຖ້ວນສົມບູນ.
  • ເພື່ອຄວາມປອດໄພທ່ານຄວນສ້າງບັນຊີໄດ້ພຽງບັນຊີດຽວເທົ່ານັ້ນ.
  • ທ່ານຈະຮັກສາຄວາມຖືກຕ້ອງຂອງຂໍ້ມູນດັ່ງກ່າວ ແລະ ຈະອັບເດດຂໍ້ມູນກໍຕໍ່ເມື່ອມີຄວາມຈຳເປັນ.
  • ທ່ານບໍ່ສາມາດນໍຳໃຊ້ເວັບໄຊທ໌ເພື່ອວັດຖຸປະສົງທີ່ຜິດຕໍ່ກົດໝາຍ ຫຼື ບໍ່ໄດ້ຮັບອະນຸຍາດ ແລະ ການນໍາໃຊ້ເວັບໄຊທ໌ຂອງທ່ານຈະບໍ່ລະເມີດກົດໝາຍ ຫຼື ລະບຽບຂໍ້ກຳນົດໃດໆ,
  • ຖ້າຫາກທ່ານໃຫ້ຂໍ້ມູນທີ່ບໍ່ຖືກຕ້ອງຄົບຖ້ວນ ຫຼື ສຳລັບລູກຄ້າທີ່ພະຍາຍາມສ້າງຫຼາຍບັນຊີ ພວກເຮົາມີສິດທີ່ຈະລະງັບ ຫຼື ປິດບັນຊີຜູ້ໃຊ້ງານຂອງທ່ານ ແລະ ປະຕິເສດການນໍາໃຊ້ເວັບໄຊທ໌ໃນປະຈຸບັນ ຫຼື ໃນຕໍ່ໜ້າ.

ການຮັບປະກັນ ແລະ ຂັ້ນຕອນການສົ່ງຄືນ

ພວກ​ເຮົາ​ພະ​ຍາ​ຍາມ​ເພື່ອທີ່ຈະ​ສະ​ແດງ​​ສີ​ສັນ​ລັກ​ສະ​ນະ​, ຄຸນສົມບັດ, ຂໍ້ມູນສະ​ເພາະ ແລະ​ ລາຍ​ລະ​ອຽດ​ຂອງ​ສິນຄ້າ​ທີ່​ມີ​ຢູ່​ໃນ​ເວັບ​ໄຊທ໌ ແຕ່ຢ່າງໃດກໍຕາມ, ພວກເຮົາບໍ່ຮັບປະກັນວ່າສີ, ຄຸນສົມບັດ, ຂໍ້ມູນສະເພາະ ແລະ ລາຍລະອຽດຂອງສິນຄ້າຈະຖືກຕ້ອງ, ສົມບູນ, ຫຼືປາສະຈາກຂໍ້ຜິດພາດໃດໆ ແລະ ການສະແດງສິນຄ້າຜ່ານເຄື່ອງມືເອເລັກໂຕຣນິກຂອງທ່ານອາດຈະບໍ່ສະທ້ອນເຖິງສີທີ່ແທ້ຈິງແລະລາຍລະອຽດຂອງສິນຄ້າ. ທາງຮ້ານຂໍສະຫງວນສິດໃນການແກ້ໄຂ, ປ່ຽນແປງ ຫຼື ອັບເດດຂໍ້ມູນໄດ້ຕະຫຼອດເວລາໂດຍບໍ່ຕ້ອງແຈ້ງໃຫ້ຮູ້ລ່ວງໜ້າ.

ການສັ່ງຊື້ ແລະ ການຊຳລະເງີນ

ການຮັບປະກັນ ແລະ ຂັ້ນຕອນການສົ່ງຄືນ:

ກະລຸນາສຶກສາຂັ້ນຕອນການສົ່ງກັບຂອງພວກເຮົາຢ່າງຮອບຄອບ ເພື່ອຫຼຸດຜ່ອນຄວາມລ່າຊ້າ.
ທຸກການສົ່ງກັບທັງໝົດ ຕ້ອງໄດ້ຮັບການອະນຸມັດ ຈາກຝ່າຍບໍລິການລູກຄ້າຂອງພວກເຮົາກ່ອນ ພ້ອມດ້ວຍເລກການອະນຸມັດສິນຄ້າຄືນ (RMA) ສະເໝີ.
1. ຕິດຕໍ່ຝ່າຍໃຫ້ບໍລິການລູກຄ້າພາຍໃນ 24 ຊົ່ວໂມງ ຫຼັງຈາກວັນທີຊື້, ມື້ຈັດສົ່ງ, ໄດ້ຮັບເຄື່ອງແລ້ວ.
(ກົດທີ່ນີ້ ເພື່ອຕິດຕໍ່ຝ່າຍບໍລິການລູກຄ້າ >>>) whatsapp: (Link whatsapp The Ent)
2. ແຈ້ງໃຫ້ເຮົາຮູ້ເຖິງບັນຫາເຊັ່ນ (ສິນຄ້າເສຍຫາຍກ່ອນເປີດໃຊ້ງານ, ສິນຄ້າບໍ່ຄົບຕາມຈຳນວນ ຫຼື ໄດ້ຮັບສິນຄ້າຜິດລຸ້ນ).
3. ແຈ້ງໝາຍເລກໃບບິນສັ່ງຊື້ ພ້ອມຊື່ຂອງລູກຄ້າ.
4. ແຈ້ງຊື່ລຸ້ນຂອງສິນຄ້າ.
5. ອະທິບາຍອາການຂອງສິນຄ້າໃຫ້ລະອຽດ.
6. ແຈ້ງໃຫ້ພວກເຮົາຮັບຮູ້ວ່າ ທ່ານໄດ້ດຳເນີນການແກ້ໄຂເຖິງຂັ້ນຕອນໃດແລ້ວ.
7. ຖ່າຍຮູບພາບ ຫຼື ວິດີໂອ ໃຫ້ເຫັນຢ່າງຊັດເຈນ (ດ້ວຍແສງທີ່ເໝາະສົມ).
ເມື່ອໄດ້ຮັບຂໍ້ມູນ ແລະ ກວດສອບຢ່າງຖີຖ້ວນແລ້ວ, ຖ້າທຸກຢ່າງຖືກຕ້ອງຕາມເງື່ອນໄຂ ທ່ານຈະໄດ້ຮັບເລກອະນຸຍາດ RMA ຈາກຝ່າຍບໍລິການລູກຄ້າຂອງພວກເຮົາ ເພື່ອສົ່ງກັບສິນຄ້າມາໃຫ້ຮ້ານໄດ້.
(ໄລຍະເວລາໃນການກວດສອບ ເພື່ອຮັບເລກອະນຸຍາດ RMA ໂດຍປະມານ 24 ຊົ່ວໂມງ).
8. ເມື່ອໄດ້ຮັບເລກອະນຸຍາດ RMA, ກະລຸນາຫຸ້ມຫໍ່ຢ່າງລະມັດລະວັງ (ພ້ອມຕິດຄັດໝາຍເລກ RMA ຢູ່ເທິງກ່ອງຈັດສົ່ງ).
ແຈ້ງໝາຍເລກຕິດຕາມສິນຄ້າໃຫ້ກັບພວກເຮົາ ຫຼັງຈາກການຈັດສົ່ງ (ເພື່ອໃຫ້ພວກເຮົາ ກະກຽມການຮັບສິນຄ້າ).
ກະລຸນາລໍຖ້າ ຂະບວນການກວດສອບຂອງທາງຮ້ານ, ເມື່ອໄດ້ຮັບຂໍ້ສະຫຼຸບ ທາງຝ່າຍບໍລິການຂອງພວກເຮົາຈະແຈ້ງກັບ.

 

ທີ່ຢູ່ໃນການສົ່ງກັບ

ບໍລິສັດ ດິເອັນຣ໌ຂາອອກ-ຂາເຂົ້າ ຈຳກັດ
ຖະໜົນເລກທີ 13 ເໜືອ ບ້ານໂພສີ, ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ
ເບີໂທ: 020 9247 9985 ; 020 9591 9945
ຂົນສົ່ງມີໄຊ ສາຂາບ້ານນາແຮ່
ຂົນສົ່ງອານຸສິດ ສາຂາ ຕະຫຼາດສີໄຄ(ສີໂຄດ)
ຂົນສົ່ງຮຸ່ງອາລຸນ ສາຂາ ສີໄຄທົ່ງ

 

ໝາຍ​ເຫດ​:

ທຸກການສົ່ງກັບທັງໝົດ ຕ້ອງໄດ້ຕິດຕໍ່ພົວພັນ ແລະ ຮັບເລກອະນຸຍາດ RMA ຈາກຝ່າຍບໍລິການລູກຄ້າຂອງພວກເຮົາກ່ອນ ສະເໝີ. ການສົ່ງກັບ ທີ່ບໍ່ມີເລກອະນຸຍາດ RMA ຕິດຄັດໜ້າກ່ອງ ຈະຖືກປະຕິເສດ.
ການສົ່ງກັບເຖິງ ບໍລິສັດ ດິເອັນຣ໌ຂາອອກ-ຂາເຂົ້າ ຈຳກັດ ລູກຄ້າຕ້ອງຮັບຜິດຊອບຄ່າຈັດສົ່ງໃນການສົ່ງໄປ-ກັບ.
ຫາກສິນຄ້າໃດໆທີ່ສົ່ງກັບມາ ແລ້ວກວດພົບວ່າບໍ່ມີບັນຫາຈາກໂຕເຄື່ອງ ແລະ ໄດ້ຖືກແກ້ໄຂໂດຍລູກຄ້າ ເຊິ່ງຈະບໍ່ມີການປ່ຽນ ຫຼື ໄດ້ຮັບຄວາມຊ່ວຍເຫຼືອ ແລະ ຈະຖືກສົ່ງກັບຄືນໃຫ້ແກ່ລູກຄ້າ ໂດຍທີ່ລູກຄ້າເປັນຄົນຮັບຜິດຊອບຄ່າຂົນສົ່ງ.

ການຈັດສົ່ງເຄື່ອງ

ເມື່ອລູກຄ້າໄດ້ຢືນຢັນ ແລະ ສຳເລັດການສັ່ງຊື້ສີນຄ້າຮຽບຮ້ອຍແລ້ວ ເວັບໄຊ໋ບໍ່ສາມາດປ່ຽນແປງ ຫຼື ຍົກເລີກຄໍາສັ່ງຊື້ຂອງລູກຄ້າໄດ້ ແລະ ທາງຮ້ານຂໍສະຫງວນສິດໃນການປ່ຽນສິນຄ້າ ແລະ ຍົກເລີກທຸກກໍລະນີ, ຍົກເວັ້ນເປັນຄວາມຜິດພາດຂອງທາງຮ້ານ
ໃນກໍລະນີເກີດຄວາມຜິດພາດທີ່ທ່ານໄດ້ຮັບອະນຸມັດການຍົກເລີກ ຫຼື ກໍລະນີຊຳລະຄ່າສິນຄ້າເກີນມູນຄ່າ ທ່ານຈະໄດ້ຮັບການຕິດຕໍ່ກັບພ້ອມທັງໄດ້ຮັບຄຳອະທິບາຍ ແລະ ທາງເລືອກໃນການແກ້ໄຂບັນຫາພາຍໃນ 3 ວັນລັດຖະການ

ການຄືນເງິນແກ່ລູກຄ້າ ແມ່ນຈະໂອນຊຳລະຄືນໄປຫາບັນຊີຕົ້ນທາງທີ່ຊຳລະສິນຄ້າເທົ່ານັ້ນ.

 

ເພື່ອດຳເນີນການສັ່ງຊື້ໃຫ້ສຳເລັດ ທ່ານຈຳເປັນຕ້ອງໄດ້ທົບທວນ ແລະ ຢືນຢັນວ່າ ຂໍ້ມູນທັງໝົດທີ່ທ່ານໃຫ້, ລວມທັງຈຳນວນ, ລາຍລະອຽດການຈັດສົ່ງ, ມູນຄ່າເງີນທັງໝົດຖືກຕ້ອງ ແລະ ຄົບຖ້ວນກ່ອນທ່ານຄລິກໃສ່ “PLACE ORDER” (ທຳການສັ່ງຊື້) ທຸກຄັ້ງ. ການສັ່ງຊື້ຖືກສັ່ງສຳເລັດເມື່ອທ່ານໄດ້ຮັບອີເມວ ຫຼື ຂໍ້ຄວາມຢືນຢັນທີ່ມີໃບຮັບການສັ່ງຊື້ຂອງທ່ານຈາກພວກເຮົາ.

 

ເມື່ອທ່ານຕົກລົງທີ່ຈະຊຳລະຄ່າໃຊ້ຈ່າຍທັງໝົດຈຳນວນເງີນດັ່ງກ່າວແມ່ນລວມກັບລາຄາສິນຄ້າ ແລະ ຄ່າຂົນສົ່ງທີ່ກ່ຽວຂ້ອງ

 

ລູກຄ້າສາມາດຊຳລະຄ່າສິນຄ້າໂດຍໂອນເງີນຜ່ານທາງ BCEL One ແລະ ຕ້ອງອັບໂຫຼດຮູບໃບຢັ້ງຢືນການໂອນເງີນລົງໃນເວັບໄຊທ໌
ລາຄາຂອງຜະລິດຕະພັນທັງໝົດອາດມີການປ່ຽນແປງ ແລະ ຜັນແປຕາມທ້ອງຕະຫຼາດຈາກໂຮງງານຜະລິີດ ແລະ ຜູ້ສະໜອງສິນຄ້າ. ການຊຳລະເງີນທັງໝົດຈະເປັນເງີນກີບ

ການແກ້ໄຂຂໍ້ມູນ

ທ່ານຕ້ອງລະບຸຂໍ້ມູນສຳລັບການຈັດສົ່ງໃຫ້ຖືກຕ້ອງ:

 

  • ທາງຮ້ານບໍ່ສາມາດປ່ຽນແປງຂໍ້ມູນທີ່ຢູ່ສຳລັບການຈັດສົ່ງຂອງທ່ານໄດ້ ຫາກກ່ອງສິນຄ້າມີການສົ່ງມອບໃຫ້ແກ່ບໍລິສັດຂົນສົ່ງແລ້ວ ແລະ ທາງຮ້ານບໍ່ສາມາດຮັບຜິດຊອບຕໍ່ສິນຄ້າທີ່ສູນຫາຍ ອັນເນື່ອງມາຈາກການລະບຸຂໍ້ມູນທີ່ຢູ່ໃນການຈັດສົ່ງບໍ່ຖືກຕ້ອງ.
  • ທຸກຄຳສັ່ງຊື້ ຫາກສະຖານະແຈ້ງວ່າ ‘’ຈັດສົ່ງແລ້ວ’’ ໂດຍບໍລິສັດຂົນສົ່ງ ທາງຮ້ານຈະຖືວ່າການຈັດສົ່ງສຳເລັດ
  • ທາງຮ້ານບໍ່ສາມາດຮັບຜິດຊອບຕໍ່ຄວາມລ່າຊ້າຕໍ່ການຈັດສົ່ງທີ່ເກີດຈາກບໍລິສັດຂົນສົ່ງແຕ່ພວກເຮົາຍິນດີຊ່ວຍປະສານຈົນສຸດຄວາມສາມາດ.
  • ທາງຮ້ານຈັດສົ່ງສິນຄ້າຕາມທີ່ທ່ານກົດສັ່ງຊື້ ທາງຮ້ານຈະບໍ່ຮັບຜິດຊອບຕໍ່ບັນຫາທີ່ເກີດຂຶ້ນ ຫາກລູກຄ້າໄດ້ຮັບສິນຄ້າຜິດລຸ້ນອັນເນື່ອງມາຈາກຄວາມຜິດພາດຂອງລູກຄ້າເອງ.
  • ກໍລະເຄື່ອງເກີດຄວາມເສຍຫາຍໃນລະຫວ່າງການຂົນສົ່ງ ບໍລິສັດຂົນສົ່ງຈະເປັນຜູ້ຮັບຜິດຊອບ, ແຕ່ລູກຄ້າຈະຕ້ອງແນບຮູບພາບພ້ອມວິດິໂອພາຍໃນ 24 ຊົ່ງໂມງຫຼັງຈາກໄດ້ຮັບສິນຄ້າຈາກທາງຂົນສົ່ງຫາກເກີນໄລຍະເວລາທີ່ກຳນົດ ທາງຮ້ານຂໍປະຕິເສດໃນການຊ່ວຍເຫຼືອ.

ແນວທາງ ແລະ ການໃຫ້ຄຳຄິດເຫັນ

ອາດຈະມີຂໍ້ມູນຢູ່ໃນເວັບໄຊທີ່ມີຄວາມຜິດພາດໃນການພິມ, ບໍ່ຖືກຕ້ອງ ຫຼື ການເວັ້ນວັກທີ່ອາດຈະກ່ຽວຂ້ອງກັບການສະເຫນີຂາຍຂອງ ipharmacie ລວມທັງຄໍາອະທິບາຍ, ລາຄາ, ຄວາມພ້ອມຈຳໜ່າຍ ແລະ ຂໍ້ມູນອື່ນໆ. ພວກ​ເຮົາ​ສະ​ຫງວນ​ສິດ​ໃນ​ການ​ແກ້​ໄຂ​ຄວາມ​ຜິດ​ພາດ​, ຄວາມ​ບໍ່​ຖືກ​ຕ້ອງ​ ​ແລະ ​ການ​ປ່ຽນ​ແປງ ​ຫຼື​ ປັບ​ປຸງ​ຂໍ້​ມູນ​ໃນ​ເວັບ​ໄຊ​ໄດ້​ທຸກ​ເວ​ລາ​ ໂດຍ​ບໍ່​ມີ​ການ​ແຈ້ງ​ໃຫ້​ຮູ້​ລ່ວງ​ຫນ້າ​.

ຕິດຕໍ່ພວກເຮົາ

ພວກໃຫ້ຈະໃຫ້ພື້ນທີ່ແກ່ທ່ານໃນເວັບໄຊທ໌ເພື່ອສະແດງຄວາມຄິດເຫັນ ຫຼື ໃຫ້ຄະແນນ ເມື່ອໂພສວິຈານທ່ານຕ້ອງປະຕິບັດຕາມກົດເກນຕໍ່ໄປນີ້:

  • ທ່ານຄວນມີປະສົບການໂດຍກົງກັບສິນຄ້າທີ່ທ່ານກຳລັງໃຫ້ຄວາມຄິດເຫັນຢູ່ ຂໍ້ຄວາມຂອງທ່ານບໍ່ຄວນມີຄຳຫຍາບຄາຍ ແຂງກະດ້າງ ຫຼື ສະແດງຄວາມກຽດຊັງ.
  • ບົດສະແດງຄຳຄິດເຫັນຂອງທ່ານບໍ່ຄວນທີ່ອ້າງອີງເຖີງກິດຈະກຳທີ່ຜິດກົດໝາຍ.
  • ທ່ານບໍ່ຄວນສະແດງຄຳຄິດເຫັນທີ່ບໍ່ຖືກຕ້ອງ ຫຼື ເຮັດໃຫ້ເກີດຄວາມເຂົ້າໃຈຜິດ ຫາກທ່ານເປັນພັນທະມິດກັບບໍລິສັດທີ່ເປັນຄູ່ແຂ່ງກັບສິນຄ້າດັ່ງກ່າວ.
  • ທ່ານບໍ່ສາມາດສ້າງ campaign ທີ່ສະໜັບສະໜູນໃຫ້ຜູ້ອື່ນໂພສ໌ສະແດງຄວາມຄິດເຫັນ ບໍ່ວ່າຈະເປັນໃນທາງບວກ ຫຼື ທາງລົບ

 

ເພື່ອສົ່ງຄຳຮ້ອງຂໍໃນການແກ້ໄຂຂໍ້ມູນສ່ວນຕົວເທີງເວັບໄຊທ໌ ແລະ ສອບຖາມຂໍ້ມູນເພີ່ມຕື່ມ ກະລຸນາຕິດຕໍ່ພວກເຮົາທີ່:
Tel & WA: 020 9247 9985 ; 020 9591 9945